ປະຫັວດຫຍໍ້:

ບໍລິສັດ ບໍລິສັດ ອາກາດ ໂຊລູເຊີນ ຈຳກັດຜູູ້ດຽວ ຈຳກັດຜູູ້ດຽວ (ຊື່ພາສາ ອັງກິດ: AKAT SOLUTION SOLE CO.LTD) ແມ່ນໄດ້ລິເລີ່ມຈາກທີມງານນ້ອຍທີ່ເຂັ້ມແຂງ ແລະ ມີຄວາມສາມາດທາງວິສະວະກຳໄອທີ ຊຶ່ງໄດ້ລິເລີ່ມອອກແບບ ແລະ ສ້າງລະບົບໂປຼແກຼມແຕ່ປີ 2000 ເປັນຕົ້ນມາ. ຈົນມາເຖິງປີ 2012 ຈຶ່ງໄດ້ສ້າງຕັ້ງບໍລິສັດຂຶ້ນເພື່ອໃຫ້ສອດຄ່ອງກັບການພັດທະນາເສດຖະກິດໃນລາວທີ່ຈະກ້າວເຂົ້າເປັນຊະມະຊິກການຄ້າອາຊຽນໃນທ້າຍປີ 2015. ບໍລິສັດແມ່ນທຳໜ້າທີ່ເປັນທີ່ປຶກສາ ແລະ ພັດທະນາ ແລະ ອອກແບບລະບົບໂປຣແກຣມ ແລະ ສາມາດສະໜອງອຸປະກອນໄອທີໄດ້. ວິໃສທັດ ຂອງບໍລິສັດແມ່ນທີມທີ່ເປັນຜູ້ນຳເຕັກໂນໂລຊີໃນການພັດທະນາໂປຣແກຣມ ແລະ ການຄ້າ ທີ່ທັນສະໃໝໃນປະເທດລາວ. ພາລະກິດ ຂອງບໍລິສັດແມ່ນໃຫ້ຄວາມສຳຄັນທາງດ້ານການອອກແບບ ແລະ ພັດທະນາຕາມຄວາມຕອ້ງການ ແລະ ຄວາມຊົມໃຊ້ຂອງລູກຄ້າ. ທີມງານຂອງພວກເຮົາມີຄວາມຕັ້ງໃຈສູງໃນການບໍລິ ການລູກຄ້າໃຫ້ປະທັບໃຈວອ່ງໄວ ແລະ ໝັ້ນຄົງ.

ປະສົບການ ແລະ ການບໍລິການລູກຄ້າ:

    ພວກເຮົາທຳໜ້າທີ່ວິຊາສະເພາະກ່ຽວກັບການນຳໃຊ້ໂປຣແກຣມ ແລະ ອອກແບບຖານຂໍ້ມູນເພື່ອໃຫ້ແທດເໝາະກັບຈຸດປະສົງ ແລະ ຄວາມຕ້ອງການຂອງລູກຄ້າ. ຕົວຢ່າງຂ້າງລຸ່ມນີ້ແມ່ນບັນດາໂປຣແກຣມ ທີ່ທາງບໍລິສັດພວກຂ້າພະເຈົ້າໄດ້ທຳການເລີ້ມຕົ້ນສ້າງ ແລະ ພັດທະນາມາຈົນເຖິງປະຈຸບັນ:

  • Point Of Sales (POS)
  • RMP2 – MPWT
  • Restaurant system
  • Online Sales System
  • Factory production monitory system
  • Point Of Sales (POS)
  • Inventory System has been developed since year 2003
  • Lotto Online system (Tablet terminal) has been developed since year 2012
Read more...