Akat Restaurant ໂປຣແກຣມ ຮ້ານອາຫານ

Akat Restaurant ໂປຣແກຣມ ຮ້ານອາຫານ

ໂປຣແກມຮ້ານອາຫານແມ່ນເໝາະສຳລັບ ຜູ້ປະກອບການທີ່ກຳລັງເປີດຮ້ານອາຫານ ຫຼື ມີຮ້ານອາ ຫານແລ້ວແຕ່ມີຄວາມຕ້ອງການລະບົບເຂົ້າໃນການບໍລິຫານຈັດການຮ້ານອາຫານຈະເປັນໄປໄດ້ດວ້ຍຂະ ບວນການທີ່ສະດວກສະບາຍ ແລະ ວອ່ງໄວ ຖືກຕ້ອງ ຈະແຈ້ງ ແລະ ຊັດເຈນ. ຖ້າຫາກທ່ານມີໂອການໄດ້ ລອງນຳໃຊ້ ໂປຣແກມຮ້ານອາຫານ (POS Restaurant)ເຊິ່ງຜະລິດຕະພັນຕົວນີ້ຈະມີຄຸນລັກສະນະພິເສດຄື: ມັນແມ່ນໂປຣແກມທີ່ຖືກພັດທະນາເພື່ອນຳເຂົ້າມາ ໃຊ້ວຽກໃນການບໍລິການຮ້ານອາຫານ ແລະ ໂປຣແກມ ດັ່ງກ່າວນີ້ແມ່ນໄດ້ຖືກຜະລິດຂຶ້ນໂດຍຄົນລາວເອງ 100% ໃນເວລາດຽວກັນການເຮັດບົດລາຍງານທາງ ດ້ານການເງິນ ການລົງລາຍລະອຽດຕ່າງໆແມ່ນອີງໃສ່ ປັດໃຈຄວາມຕ້ອງການ ແລະ ລັກສະນະການເຄື່ອນ ໄຫວເສດຖະກິດຢູ່ໃນ ສປປ ລາວ. ດັ່ງນັ້ນໂປຣແກມ ນີ້ຈຶ່ງມີຈຸດພິເສດ ໃນການພັດທະນາໃຫ້ແກ່ລູກຄ້າໃດ້ ໃນແຕ່ລະໄລຍະເມື່ອມີຄວາມຕ້ອງການ ແລະ ມີການ ຕອບສະໜອງໄປພ້ອມໆກັນ. ໂປຣແກມຮ້ານອາຫານ ຮ້ານອາຫານຂອງພວກເຮົາ ຍັງໄດ້ຖືກອອກແບບມາ ເພື່ອຮອງຮັບເຂົ້າໃນການນຳໃຊ້ App Android ຜ່່ານ ທາງໂທລະສັບ ແລະ ເຄື່ອງ ແທັບເບັລດ ແລະ ໄອພອັດ ເພື່ອງ່າຍໃນການເຂົ້າເຖິງລູກຄ້າໂດຍບໍ່ເປັນ ການເສຍ ເວລາເຂົ້າໃນການຈົດບັນທຶກມືລາຍການອາຫານ.


Program Features
ຄຸນສົມບັດ ແລະ ຄວາມສາ ມາດຂອງໂປຣແກມຮ້ານອາຫານ

ໂປຣແກມໃຊ້ງ່າຍຮຽນຮູ້ໄດ້ໄວ້ ແລະ ໃຊ້ວຽກຕົວຈິງໄດ້ຮອງ ຮັບການສັ່ງອາຫານດວ້ຍເຄື່ອງ (Tablet) ຫຼື (Ipad) ດວ້ຍລະບົບ ທີ່ທັນສະໃໝຊ່ວຍເພີ້ມຊອ່ງທາງໃນການບໍລິຫານລູກຄ້າ ໄດ້ຫຼາຍ ກວ່າເກົ່າມີການລົງທຶນໜອ້ຍ.ນຳໃຊ້ຖານຂໍ້ມູນ SQL ເພີ່ມຈຳນວນ ສິນຄ້າໄດ້ແບບບໍ່ຈຳກັດ ໃນການຈັດເກັບຂໍ້ມູນໂດຍ ທີ່ບໍ່ຕ້ອງຫວ່າງ ວ່າລະບົບຖານຂໍ້ມູນຈະຊ້າ. ສາມາດຕິດຕາມ ຍອດຂາຍ/ສະຕອັກ ເຄື່ອງທີ່ຍັງເຫຼືອ ແບບ Real time ໂດຍບໍ່ຈຳເປັນວ່າຈະຕ້ອງລໍຖ້າ ວ່າມີການປິດສາງກອ່ນ ສາມາດຕັ້ງຄ່າ ການຂາຍ/ການແກ້ໄຂ ເມນູ/ເບິ່ງການເຄື່ອນ ໄຫວຂອງຮ້ານຜ່ານເຄືອຂ່າຍອິນເຕີເນັດ (Internet) ໂດຍບໍ່ຈຳເປັນຕ້ອງເຂົ້າໄປຕິດຕາມລະບົບພາຍໃນ ຮ້ານທີມງານ ພວກເຮົາພັດທະນາໂປຣແກມ ຮ້ານອາຫານເພື່ອພັດ ທະນາ ແລະ ບໍລິຫານຮ້ານອາຫານໂດຍສະເພາະໂດຍບໍ່ໄດ້ນຳ ເອົາ ຫຼື ກອບປີ້ລະບົບຮ້ານມິນິມາກຈາກແຫຼ່ງອືນມາການພັັດທະນາ ແລະ ປັບປຸງຕໍ່ເຊິ່ງໂດຍລວມແລ້ວທາງບໍລິສັດເຮົາແມ່ນສາມາດ ອອກແບບ ແລະ ຄຸ້ມຄອງ ພັດທະນາລະບົບຮ້ານອາຫານໄດ້ ຢ່າງຕໍ່ເນື່ອງ.ການອກແບບ ພັດທະນາໂປຣແກຣມຮ້ານອາ ຫານຂອງພວກເຮົາ ແມ່ນເປັນຜະລິດຕະພັນຂອງຄົນລາວ ແລະ ແມ່ນການພັດທະນາດວ້ຍຄົນລາວ 100% ເຊິ່ງຜ່ານມາ ແມ່ນທາງ ບໍລິສັດຂອງພວກເຮົາກໍ່ມີການຕອບຮັບຈາກການ ນຳໃຊ້ຂອງລູກຄ້າວ່າເປັນຜະລິດຕະ ພັນທີ່ໜ້າເຊື່ອຖືໄດ້ແລະ ກໍ່ມີຄວາມຮຽກຮອ້ງໃຫ້ມີການຂະຫຍາຍຕະຫຼາດໄປຕື່ມອີກ.ທາງບໍລິສັດຂອງພວກເຮົາຍັງໄດ້ອອກແບບໃຫ້ລະ ບົບມີການສະໜອງຕໍ່ການນຳໃຊ້ (Internet) ໂດຍທາງເຈົ້າ ຂອງກິດຈະການສາມາດຕິດຕາມຍອດຂາຍ ແລະ ລະບົບ ການຊືຶ້-ຂາຍໂດຍບໍ່ຈຳເປັນຕອ້ງເດີນທາງເຂົ້າ ໄປທີ່ຮ້ານ ຂອງ ຕົນເອງ. ທາງທີມງານຂອງພວກເຮົາໄດ້ສ້າງລະບົບບໍລິຫານ ສ້າງລະບົບບໍລິຫານງານທີ່ເປັນທັງບຸກຄະລາກອນທາງດ້ານຄອມພິວເຕີ ແລະ ທີມງານການຕະຫຼາດທີ່ມີປະສົບ ການຄຸ້ມຄອງ ຮ້ານອາຫານດັ່ງນັ້ນ ບໍ່ວ່າຈະເປັນວຽກໃດເຮົາກໍ່ສາມາດໃຫ້ຄຳປຶກ ສາໄດ້ໂດຍອີງໃສ່ພື້ນຖານ ຄວາມເຂົ້າໃຈ ແລະ ຊຳນານງານຢ່າງ ແທ້ຈິງ.

Akat Restaurant ໂປຣແກຣມ ຮ້ານອາຫານ

Payroll